ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ໂອນ ຫົວໜ່ວຍກຳມະບານຮາກຖານ ໃຫ້ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ


     ໃນວັນທີ 29 ກັນຍາ 2023 ນີ້, ໄດ້ມີພິທີມອບ-ໂອນ ຫົວໜ່ວຍການຈັດຕັ້ງກຳມະບານຮາກຖານ ລະຫວ່າງ ຫ້ອງການກຳມະບານກອງທັບ
ກັບ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການຄະນະພັກ
ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ກຳມະການຄະນະບໍລິຫານ
ງານສູນກາງສະຫະພັນກຳມະບານລາວ, ຫົວໜ້າຫ້ອງການກຳມະບານກອງທັບ, ມີຄະນະພັກ-ຄະນະອຳນວຍການ ບັນດາໂຮງງານ, ກຳມະບານຮາກ
ຖານເຂົ້າຮ່ວມ.

     ສະຫາຍ ພັນໂທ ໜູດຳ ສຸລິໄຊ ຮອງຫົວໜ້າຫ້ອງການກຳມະບານກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍ
ໂຄງປະກອບການຈັດຕັ້ງ, ຕຳແໜ່ງງານຢູ່ອົງການໃຫຍ່ພະລາທິການກອງທັບ ແລະ ອີງຕາມຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ
ການແຕ່ງຕັ້ງ ພະແນກກຳມະບານ ຢູ່ຫ້ອງການເມືອງ, ກົມໃຫຍ່ພະລາທິການກອງທັບ; ດັ່ງນັ້ນເພື່ອເຊີດຊູບົດບາດການນຳພາ-ຊີ້ນຳ ຂອງອົງການ
ຈັດຕັ້ງກຳມະບານໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ; ຫ້ອງການກຳມະບານກອງທັບ ຈຶ່ງໄດ້ມອບ-ໂອນບັນດາຫົວໜ່ວຍການຈັດຕັ້ງກຳມະບານຈຳ
ນວນ 12 ຮາກຖານໃຫ້ຫ້ອງການເມືອງ, ກົມໃຫຍ່ພະລາທິການກອງທັບ ເປັນຜູ້ຄຸ້ມຄອງມີດັ່ງນີ້: ກຳມະບານຮາກຖານໂຮງງານຕັດຫຍິບເລກ 1
ກອງທັບ, ກຳມະບານຮາກຖານສະຖາບັນການຢາ-ການແພດພື້ນເມືອງກອງທັບ, ກຳມະບານຮາກຖານກຸ່ມຜະລິດຄົບວົງຈອນເລກ 1 ກອງທັບ,
ກຳມະບານຮາກຖານໂຮງງານເກີບທັນວາກອງທັບ, ກຳມະບານຮາກຖານ ບໍລິສັດຮ່ວມທຸລະກິດ 20 ມັງກອນ, ກຳມະບານຮາກຖານໂຮງງານເສັ້ນ
ດ້າຍ-ເກີບໜັງ ເລກ 1 ກອງທັບ, ກຳມະບານຮາກຖານໂຮງສີເຂົ້າກອງທັບ, ກຳມະບານຮາກຖານ ໂຮງງານຕ່ຳແຜ່ນ-ຍ້ອມສີ, ກຳມະບານຮາກຖານ
ໂຮງງານເຂົ້າແຫ້ງກອງທັບ, ກຳມະບານຮາກຖານ ກອງກໍ່ສ້າງສ້ອມແປງ, ກຳມະບານຮາກຖານກອງຜະລິດວັດສະດຸກໍ່ສ້າງ, ກຳມະບານຮາກຖານ
ກອງຜະລິດເລກ 3.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ໄດ້ເນັ້ນໜັກໃຫ້ ຫົວໜ່ວຍກຳມະບານຮາກຖານ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການ
ເມືອງ-ນຳພາແນວຄິດໃຫ້ພະນັກງານ, ສະມາຊິກກຳມະບານ ແລະ ກຳມະກອນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຫຼັກໝັ້ນຊົນຊັ້ນ, ທາດ
ແທ້ມູນເຊື້ອຂອງຊົນຊັ້ນກຳມະກອນ, ມີລະບຽບວິໄນໃນການອອກແຮງງານຢ່າງເຂັ້ມງວດ, ເອົາໃຈໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງ
ກຳມະບານ ແລະ ຜູ້ອອກແຮງງານ ຕະຫຼອດຮອດການດຳລົງຊີວິດແກ້ໄຂຊີວິດການເປັນຢູ່ຂອງກຳມະບານທຸກສະຫາຍ, ຄຸ້ມຄອງທາງສຸຂະພາບ
ແລະ ອຸປະຕິເຫດທາງດ້ານແຮງງານ, ແກ້ໄຂຂໍ້ຂັດແຍ່ງດ້ານແຮງງານໃຫ້ຖືກຕ້ອງຍຸດຕິທຳຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້, ເອົາໃຈໃສ່ສ້າງ
ຂະບວນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນ
ງານດີເດັ່ນ, ມີຫົວຄິດປະດິດສ້າງທາງດ້ານສີມືແຮງງານ ເພື່ອສະເໜີຍ້ອງຍໍຕາມຄວາມເໝາະສົມ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 02/10/2023